1. ຂັ້ນຕອນການເຮັດວຽກຂອງ Subscription
1.1 ຂັ້ນຕອນການຕັ້ງຄ່າ Subscription
- ຜູ້ຈ່າຍເລືອກແພັກເກັດທີ່ຕ້ອງການ subscription
- Platform ສົ່ງຄຳຂໍໄປຫາ PhaJay ເພື່ອສ້າງ QR
- PhaJay ສົ່ງ QR string ກັບຄືນໃຫ້ Platform
- Platform ສະແດງ QR ເພື່ອໃຫ້ສະແກນ
- ຜູ້ຈ່າຍສະແກນ ແລະ ຍອມຮັບເງື່ອນໄຂຈາກທະນາຄານ
- ທະນາຄານຈະສົ່ງຂໍ້ມູນຄວາມສຳເລັດກັບຄືນໃຫ້ PhaJay ແລະ ແຈ້ງຜູ້ຈ່າຍ
- ທະນາຄານຈະແຈ້ງ PhaJay ພ້ອມກັບ authCode
- PhaJay ຈະແຈ້ງ Platform ພ້ອມກັບ authCode ເຊັ່ນກັນ

1.2 ຂັ້ນຕອນການຕັດເງິນ Subscription
- PhaJay ຄິດໄລ່ວັນທີ subscription ແລ້ວສົ່ງຄຳຂໍຕັດເງິນ subscription ໄປຫາທະນາຄານ
- ທະນາຄານຈະແຈ້ງຜູ້ຈ່າຍວ່າ subscription ສຳເລັດ
- ທະນາຄານຈະແຈ້ງ PhaJay ວ່າ subscription ສຳເລັດ
- PhaJay ຈະແຈ້ງ Platform ວ່າ subscription ສຳເລັດ

1.3 ຂັ້ນຕອນການຍົກເລີກ Subscription (ຍົກເລີກຜ່ານ API)
- ຜູ້ໃຊ້ຕ້ອງການຍົກເລີກ ແລ້ວສົ່ງຄຳຂໍມາຫາ Platform
- Platform ຮັບຄຳຂໍ ແລ້ວສົ່ງໄປຫາ PhaJay ພ້ອມກັບ authCode
- PhaJay ສົ່ງຄຳຂໍໄປຫາທະນາຄານ ເພື່ອຢືນຢັນການຍົກເລີກ subscription
- ເມື່ອສຳເລັດ ທະນາຄານຈະຕອບກັບໄປຫາ PhaJay
- PhaJay ຕອບກັບ Platform ວ່າຍົກເລີກສຳເລັດ
- Platform ສະແດງຜົນການຍົກເລີກສຳເລັດ

1.4 ຂັ້ນຕອນການຍົກເລີກ Subscription (ຍົກເລີກຜ່ານແອັບທະນາຄານ)
- ຜູ້ຈ່າຍເປີດແອັບທະນາຄານ ແລະ ຍົກເລີກ subscription
- ທະນາຄານຈະແຈ້ງ PhaJay ເພື່ອຢືນຢັນ
- ຫຼັງຈາກຢືນຢັນສຳເລັດ ທະນາຄານຈະຕອບກັບຜູ້ຈ່າຍວ່າຍົກເລີກສຳເລັດ
- PhaJay ຈະແຈ້ງ Platform ວ່າຍົກເລີກ subscription ສຳເລັດ

ອັບເດດຫຼ້າສຸດ: 11 ເດືອນກ່ອນ